ບໍລິການພັດທະນາ & ອອກແບບເວັບໄຊຕ໌ສຳລັບທຸລະກິດ

       ປະຈຸບັນໃນຍຸກອອນໄລນ໌ໃຜໆກໍ່ຕ້ອງເຂົ້າເວັບໄຊຕ໌ເພາະຄວາມໜ້າເຊື່ອຖື ແລະຂໍ້ມູນທີ່ຖືກຕ້ອງກວດສອບໄດ້ ບໍ່ແປກເລີຍວ່າປະຈຸບັນເປັນຫຍັງເວັບໄຊຕ໌ຈິ່ງໄດ້ຮັບຄວາມນິຍົມກັນຢູ່ເຖິງແມ່ນວ່າ Facebook Instagram ຫຼື ຫຼື ຊ່ອງທາງອື່ນຈະນິຍົມກັນຫຼາຍກວ່າ ແລະສ້າງຍອດຂາຍກັນຫຼາຍກວ່າກໍ່ຕາມ ແຕ່ທ້າຍທີ່ສຸດແລ້ວ ທຸກຄົນກໍ່ຮູ້ດີວ່າເວັບໄຊຕ໌ຍັງເປັນສິ່ງສຳຄັນ ແລະ ພວກເຮົາທຸກຄົນຮູ້ດີວ່າໃນຍຸກນີ້ Mobile internet ເຕີບໂຕຢ່າງວ່ອງໄວສ່ຳໃດ ແຖມຍັງມີແນວໂນ້ມຜູ້ໃຊ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັ່ງນັ້ນຖ້າເວັບໄຊຕ໌ຂອງທ່ານ ສະແດງຜົນໃນ Browser ຂອງ ຄອມພິວເຕີ (Computer) ທົ່ວໄປໄດ້ ແຕ່ສະແດງຜົນຜິດພາດ ຫຼື ສະແດງຜົນບໍ່ໄດ້ໃນ Browser ຂອງໂທລະສັບມືຖື ຫຼື Smart Phone ນັ້ນໝາຍເຖິງການສູນເສຍໂອກາດ ແລະ ລາຍໄດ້ທີ່ເກີດຂຶ້ນຈາກການເຂົ້າເຖິງຂໍ້ມູນຂອງລູກຄ້າເທິງ Smart Phone

      ດັ່ງນັ້ນ, ການສ້າງເນື້ອຫາເວັບໄຊຕ໌ ໃຫ້ຮອງຮັບການສະແດງຜົນເທິ່ງ Smart Phone ນັ້ນຈຶ່ງເປັນການສ້າງໂອກາດທາງການຄ້າທີ່ດີໃຫ້ກັບທຸລະກິດຂອງທ່ານ ຕອນນີ້ທ່ານອາດຈະພົບວ່າຄູ່ແຂ່ງຂອງທ່ານເລີ່ມເລີ່ມປັບເວັບໄຊຕ໌ໃຫ້ຮອງຮັບການສະແດງຜົນເທິງ Smart Phone ໄດ້100% ແລ້ວ ຫຼື Responsive Website ດັ່ງນັ້ນ ກ່ອນທີ່ຈະເສຍໂອກາດ ທາງທຸລະກິດພວກເຮົາຍິນດີໃຫ້ຄຳປຶກສາ.

ບໍລິການພັດທະນາເວັບໄຊຕ໌ ເພີ່ມຍອດຂາຍໃຫ້ກັບທຸລະກິດຂອງທ່ານ ແລະ ເພີ່ມການເຕີບໂຕທາງການຕະຫຼາດອອນໄລນ໌

       ບໍລິສັດ 365 ບໍລິການອອກແບບເວັບໄຊຕ໌ ຄົບວົງຈອນ ບໍ່ວ່າຈະເປັນ ເວັບໄຊຕ໌ບໍລິສັດ, ເວັບອົງກອນ, ເວັບຂາຍສິນຄ້າອອນໄລນ໌ ຫຼື ເວັບ eCommerce, ເວັບ Sale Page ແລະ ເວັບໄຊຕ໌ອື່ນໆ ສຳລັບການຕະຫຼາດອອນໄລນ໌ທຸກຮູບແບບ ບໍ່ວ່າຈະເປັນ ການຍິງແອັດ Facebook Ads ແລະ Google Ads ຕະຫຼອດຮອດບໍລິການເບິ່ງແຍງເພຈ ທຸລະກິດຂອງທ່ານ.

   ການອອກແບບເວັບໄຊຕ໌ຖືກໃຈທ່ານ ເພາະການສ້າງເວັບໄຊຕ໌ປ່ຽບສະເໝືອນ “ການສ້າງຕະຫຼາດອອນໄລນ໌” ດັ່ງນັ້ນການອອກແບບເວັບໄຊຕ໌ຕ້ອງໃຫ້ກົງກັບທຸລະກິດ ເພາະມັນຊ່ວຍເພີ່ມໂອກາດທີ່ດີໃຫ້ກັບທຸລະກິດ ບໍ່ວ່າຈະຢູ່ໃນຮູບແບບບໍລິສັດ ໜ່ວຍງານ ອົງກອນ ຫຼື ບຸກຄົນທົ່ວໄປ ທີ່ຢາກມີເວັບໄຊຕ໌ ເພື່ອປະຊາສຳພັນ ໂຄສະນາ ແຕ່ບໍ່ມີບຸກຄະລາກອນ ຫຼື ບໍ່ມີເວລາ ທາງທີມງານນຶກເຖິງບັນຫາຂອງລູກຄ້າ ຈຶ່ງໄດ້ສັນສ້າງທີມງານທີ່ມີຄວາມຊຳນານ ແລະ ມີປະສົບການໃນການຮັບສ້າງເວັບໄຊຕ໌ ເພື່ອເພີ່ມໂອກາດໃຫ້ກັບທຸລະກິດຂອງທ່ານ.

      ເວັບໄຊຕ໌ຖືເປັນພາບລັກສຳຄັນຂອງທຸລະກິດ ແລະອົງກອນຕ່າງໆ ພວກເຮົາຈຶ່ງໄດ້ຮວບຮວມຄວາມຮູ້ໃໝ່ລ່າສຸດ ເຊິ່ງທີມງານຜູ້ຊ່ຽວຊານມາອອກແບບ ແລະພັດທະນາເວັບໄຊຕ໌ໃຫ້ກັບທຸລະກິດທ່ານ ເພື່ອໃຫ້ເປັຮໄປຕາມຄວາມຕ້ອງການຂອງລູກຄ້າ ໃຫ້ອອກມາດີທີ່ສຸດ ເຊິ່ງຈະມີປະໂຫຍດທັງຜູ້ປະກອບການ ແລະຜູ້ໃຊ້ງານ ຖດຍເວັບໄຊຕ໌ທີ່ພວກເຮົາອອກແບບນັ້ນຮອງຮັບທຸກອຸປະກອນ ແລະ ສະແດງຜົນໄດ້ 100% ບໍ່ວ່າຈະເປັນ Smart Phone, Tablet, iPad ຫຼືໃນ Computer